Select your language

Insee Hub Super App

Image

Insee Hub Super App

ສະມາດໂຟນປຽບຄືປັດໄຈທີ່ 5 ສຳລັບ Lifestyles ຂອງລູກຄ້າໃນປະຈຸບັນນີ້ ແລະ ຍຸກການປ່ຽນແປງທາງດິຈິຕ້ອນ ສະມາດໂຟນຍັງມີບົດບາດສຳຄັນ ແລະ ຊຶມຊັບໄປກັບທຸກໆການໃຊ້ຊີວິດຂອງຄົນສະໄໝໃໝ່ເນື່ອງຈາກມີຟັງຊັ່ນຫຼາກຫຼາຍທີ່ຕອບໂຈດ Lifestyles ທີ່ບໍ່ວ່າຈະເຮັດຫຍັງ ມີພຽງສະມາດໂຟນໜ່ວຍດຽວກໍເຮັດໃຫ້ຊີວິດງ່າຍຂຶ້ນ ບໍ່ວ່າຈະເພື່ອຄວາມບັນເທີງ ການເຮັດວຽກ ສັ່ງອາຫານ ການຊື້ສິນຄ້າ ແລະ ການບໍລິການ ຫຼື ແມ້ແຕ່ທຸລະກຳທາງດ້ານການເງີນ

Insee Hub Super App ເປັນ Mobile Application ໃນກຸ່ມບໍລິສັດ ອິນຊີກຸບ ທີ່ທາງບໍລິສັດມີຄວາມຕັ້ງໃຈຕອບສະໜອງຄວາມຕ້ອງການຂອງລູກຄ້າໂດຍການພັດທະນາຟັງຊັ່ນຕ່າງໆໃນ Insee Hub Super App ໃຫ້ເປັນ Everyday App ເຊິ່ງໝາຍເຖິງແອບພິເຄຊັ່ນທີ່ຄວບຄຸມທຸກການບໍລິການທຸກຢ່າງເຂົ້າໄວ້ນຳກັນ ມີລູກຫຼິ້ນຫາກຫຼາຍທີ່ສາມາດເຮັດກິດຈະກຳໄດ້ຫຼາຍຢ່າງພາຍໃນແອບດຽວ ໂດຍບໍ່ຕ້ອງອອກຈາກແອບໄປໃຊ້ບໍລິການແອບອື່ນເຊັ່ນ : ການຊື້ຫວຍ ຫຼື ຫວຍດິຈິຕ້ອນສາຂາ 3 , ຊຳລະໃບບິນຕ່າງໆ , ການໃຫ້ບໍລິການຊື້ສິນຄ້າທັງພາຍໃນປະເທດແລະຕ່າງປະເທດ , ຂົນສົ່ງ , ປະກັນໄພ , ສິນເຊື່ອ ແລະ ທຸລະກຳທາງດ້ານການເງີນຕ່າງໆ ໂດຍລູກຄ້າສາມາດລົງທະບຽນເຂົ້າສູ່ລະບົບມາໃຊ້ງານປະຈຳທຸກໆວັນ ແລະ ຕອບໂຈດທຸກຄວາມຕ້ອງການຂອງລູກຄ້າ

ສະໝັກສະມາຊິກ

ຂັ້ນຕອນທີ່1
ກົດເຂົ້າໄປໃນ Insee SupperApp ເລືອກ ກົດໄປທີ່ “ສະໝັກສະມາຊິກ” ຢູ່ທາງລຸ່ມ
Image
Image
ຂັ້ນຕອນທີ່5
ຫຼັງຈາກໄດ້ລະຫັດ OTP ແລ້ວ ໃຫ້ໃສ່ລະຫັດ OTP ທີ່ໄດ້ຈາກຂໍ້ຄວາມກ່ອນໜ້ານີ້ແລ້ວກົດ “ຕໍ່ໄປ”

ໜ້າຫຼັກຂອງ Insee SupperApp

ໜ້າຫຼັກຈະປະກອບມີເມນູຕ່າງໆເຊັ່ນ: ຂໍ້ມູນຜູ່ໃຊ້, ແນະນຳເພື່ອນ, ເມນູການບໍລິການທາງການເງິນ,ບໍລິການຫວຍອິນຊີ, ແລະບໍລິການຕ່າງໆ ຂອງອິນຊີຮັບ.
  1. ຂໍ້ມູນຜູ່ໃຊ້ ປະກອບມີ: ເບີໂທ, ແຕ້ມສະສົມ,​ ເງິນໃນກະເປົາ, ເງິນລາງວັນ ແລະ ຮູບໂປຣຟາຍຟາຍຂອງຜູ່ໃຊ້ງານ
  2. ເມນູແນະນຳເພື່ອນ
  3. ເມນູບໍລິການທາງການເງິນ ປະກອບມີ: ການຊຳລະເງິນຜ່ານ QR Code, ຝາກເງິນ, ໂອນເງິນ ແລະ ຖອນເງິນ
  4. ບໍລິການຫວຍອິນຊີ ປະກອບມີ: ຊື້ຫວຍ, ຜົນຫວຍທີ່ຜ່ານມາ, ປະຫວັດການຊື້, ທຸລະກຳ, ເລກເດັດ, ໃບ້ຫວຍ, ຂໍເລກ ແລະ ຖ່າຍທອດສົດຫວຍ
  5. ບໍລິການຂອງອິນຊີຮັບ ປະກອບມີ: ຊອບປິ້ງ 1414, ອິນຊີ ເງິນຕິດປີກ, ປະກັນຊີວິດ, ລາຄາຄຳ, ສະກຸນເງິນດິຈິຕອນ ແລະ ລາຄານ້ຳມັນ.
Image
Image

ການເຕີມເງິນເຂົ້າ Wallet ຜ່ານທະນາຄານ

ການເຕີມເງິນເຂົ້າ Wallet ຜ່ານແອັບທະນາຄານມີດັງນີ້: LDB, LVB, BCEL ເຕີມເງິນຂັ້ນຕຳ່ເຂົ້າ Wallet ເລີ່ມຕົົນ: 20,000 ກີບ

  1. ກົດເຂົ້າໄປທີ່ເມນູ “ຕື່ມເງິນ”
  2. ເລືອກໄປທີ່ທະນາຄານທີ່ຢາກຕື່ມເງິນ
  3. ທຳການຊຳລະເງິນຕາມທີ່ຕ້ອງການເຕີມ

 

ການຕື່ມເງິນເຂົ້າ Wallet IB-LAO QR ທະນາຄານທີຍັງບໍທັນເຊື້ອມຕໍ່ API

  1. ເລືຶອກຕື່ມເງິນ
  2. ເລືອກບັນຊີ ທະນາຄານຂອງທ່າ
  3. ເພີ່ມຈຳນວນເງິນທີຕ້ອງການຕື່ມ
  4. ສະແດງ QR ເພື່ອໃຫ້ຊຳລະ (ບັນທຶກ QR ເພື່ອໄປຊຳລະໃນແອັບທະນາຄານ)
  5. ສະແກນ QR ເພື່ອຊຳລະ
  6. ສຳເລັດ (ເງິນ ຈະເຂົ້າ Wallet ຂອງທ່ານ)
Image
Image
Image

ການເຕີມເງິນ ກັບ Agent

  1. ກົດເລືອກເມນູ: ຕື່ມເງິນ
  2. ກົດເລືອກເມນູ: ສະແກນຄິວອາໂຄດ
  3. ແລ້ວສະແກນ QR ຈາກໜ່ວຍບໍລິການ Agent

ການຊື້ເລກ

ການຊື້ເລກຜ່ານທະນາຄານມີດັງນີ້: BCEL, LDB, LAOVIETການຊື້ເລກຜ່ານທະນາຄານໄດ້ຮັບສວນຫລຸດ 15%
  1. ກົດເມນູ “ຊື້ຫວຍ” ໃນເມນູຫວຍອິນຊີ
  2. ເລືອກຊື້ຫວຍ ແລ້ວກົດ “ຊຳລະເງິນ”
  3. ເລືອກທະນາຄານທີ່ຈະຊຳລະ ແລ້ວກົດ “ຢືນຢັນການຊຳລະ”
  4. ທຳການຊຳລະເງິນ
  5. ສຳເລັດການຊຳລະເງິນ
  6. ຊື້ເລກສຳເລັດ
Image
Image
Image

ປະຫວັດການຊື້ເລກ

ກົດໄປທີ່ເມນູ “ປະຫວັດການຊື້” ຈະມີຂໍ້ມູນປະຫວັດການຊື້ເລກຂອງລູກຄ້າສະແດງ

ຜົນຫວຍທີ່ຜ່ານມາ

ກົດໄປທີ່ເມນູ “ຜົນຫວຍທີ່ຜ່ານ” ຈະມີຂໍ້ມູນຫວຍທີ່ຜ່ານມາສະແດງ

Image
Image

ທຸລະກຳ

ເປັນເມນູທີ່ມີບັນທຶກຂໍ້ມູນການຊຳລະທຸລະກຳຕ່າງໆຂອງລູກຄ້າກົດໄປທີ່ເມນູ “ທຸລະກຳ” ຈະມີຂໍ້ມູນທຸລະກຳທີ່ຜ່ານມາສະແດງ

ເລກເດັດ

ເປັນເມນູທີ່ມີຂໍ້ມູນເລກເດັກ, ຕຳລາຝັນໄວ້ສຳລັບການຕີເລກກັບຄວາມຝັນ ແລະ ບັນຫາ ເຊິ່ງຈະມີສອງໜ້າໃນເມນູດຽວຄື: ບັນຫາຄວາມລວຍ ແລະ ຕຳລາຄວາມຝັນ.
  • ບັນຫາພາລວຍ
  • ຕຳລາຄວາມຝັນ
Image
Image

ໃບ້ຫວຍ

ເປັນເມນູທີ່ມີການໃບ້ຫວຍ ໂພສບັນຫາຫວຍ ເຊິ່ງສາມາດນຳເລກຈາກຜູ້ໂພສເພື່ອຊື້ເລກໄດ້

- ການໂພສໃບ້ຫວຍ
1.ກົດໄປທີ່ປຸ່ມເຄື່ອງໝາຍບວກ “+” ຢູ່ຈໍເບື້ອງລຸ່ມທາງຂວາ ຫຼັງຈາກນັ້ນ ສາມາດຂຽນຂໍ້ຄວາມ ອັບຮູບ ແລະ ສາມາດໃສ່ເລກບັນຫາຫວຍໄດ້
2.ກົດບັນທຶກເພື່ອໂພສ
3.ສາມາດກົດດາວໃຫ້ເຈົ້າຂອງໂພສໄດ້

 

 

Commission

  1. ໂຫລດແອັບຕິດຕັ້ງໄດ້ : 3,000 Point
  2. ແນະນຳໝູໄດ້: 2,000 point
  3. ໄດ້ commission 3% ຈາກຜູ້ຖືກເນາະນຳທຸກຄັ້ງ
  4. ຂໍ້ມູນເລກແນະນຳຂອງທ່ານ
  5. ຂໍ້ມູນການແນະນຳ
  6. ລວມຄະແນນເນາະນຳທັ້ງຫມົດ
  7. ຂໍ້ມູນເບີທີທ່ານແນະນຳ
Image

Videos

Promotions