ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ (ອິນຊີ ເງິນຕິດປີກບິນ)

ປະຫວັດຄວາມເປັນມາ
ສະຖາບັນການເງິນຈຸລະພາກທີບໍ່ຮັບເງິນຝາກ ອິນຊີຈຳກັດ (ອິນຊີເງິນຕິດປີກບິນ) ເປັນສະຖາບັນການເງິນທີ່ຢູ່ພາຍໃຕ້ ອິນຊີ ກຣຸບ ໄດ້ສ້າງຕັ້ງຂຶ້ນໃນວັນທີ 15 ພະຈິກ 2021 ດ້ວຍທຶນຈົດທະບຽນ 10,000,000,000 ກີບ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຟື້ນຟູເສດຖະກິດສັງຄົມໃນຊ່ວງການລະບາດຂອງພະຍາດໂຄວິດ 19 ໂດຍອີງຕາມນະໂຍບາຍການສົ່ງເສີມການລົງທຶນຂອງສະຖາບັນການເງິນຈຸລາພາກເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຊຸມຊົນຜູ້ທີ່ບໍ່ສາມາດເຂົ້າເຖິງທະນາຄານໄດ້.
ທ່ານຮູ້ບໍ່ວ່າ ການກູ້ເງິນໃນລະບົບມີຂໍ້ດີແນວໃດ?
#ຜູ້ໃຫ້ກູ້: ທະນາຄານ ຫຼື ສະຖາບັນການເງິນພາຍໃຕ້ການຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ
#ກົດໝາຍວ່າດ້ວຍການຄຸ້ມຄອງ: ມີກົດໝາຍປົກປ້ອງ
#ອັດຕາດອກເບ້ຍ ແລະຄ່າທໍານຽມຕ່າງໆ: ມີການແຈ້ງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆຢ່າງຈະແຈ້ງ ແລະ ຕໍ່າກວ່າ
#ຄວາມຫຍຸ້ງຍາກໃນການກູ້ຢືມ: ຖ້າມີຫຼັກຊັບຄ້ຳປະກັນ ຫຼື ມີເຄຼດິດທາງດ້ານການເງິນທີ່ດີ ມັນກໍ່ຈະງ່າຍຂຶ້ນທີ່ຈະໄດ້ຮັບເງິນກູ້. ຢ່າງໃດກໍຕາມ, ຖ້າບໍ່ມີເຄຼດິດທາງດ້ານການເງິນເລີຍ ອາດຈະບໍ່ສາມາດກູ້ຢືມເງິນໄດ້ ແລະ ຕ້ອງກະກຽມເອກະສານປະກອບການກູ້ຢືມຕາມທີ່ສະຖາບັນການເງິນກຳນົດ ອັນນີ້ອາດຈະໃຊ້ເວລາດົນກວ່າໃນການອະນຸມັດເງິນກູ້
#ເງື່ອນໄຂສັນຍາ: ມີສັນຍາທີ່ຊັດເຈນ ແລະຍຸຕິທໍາ ມີການກໍານົດອັດຕາດອກເບ້ຍ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ຊັດເຈນໃນເວລາທີ່ຊໍາລະຫນີ້ສິນ, ສະຖາບັນການເງິນຍັງໄດ້ອອກຫຼັກຖານທີ່ຈະແຈ້ງກ່ຽວກັບການຊໍາລະໃຫ້ລູກໜີ້ເປັນຫຼັກຖານ
ເຫັນໄດ້ວ່າ ຖ້າຈຳເປັນຕ້ອງກູ້ຢືມເງິນ, ການກູ້ເງິນໃນລະບົບຈະເຮັດໃຫ້ເຮົາໄດ້ຮັບຄວາມຍຸຕິທຳ ແລະ ມີຊັດເຈນ ເພາະມີກົດໝາຍຄຸ້ມຄອງ
ນອກຈາກນັ້ນ, ທ່ານຈະໄດ້ຮັບອັດຕາດອກເບ້ຍຕ່ໍາໃນການກູ້ຢືມເງິນຂອງທ່ານ ແລະ ປອດໄພ (ທັງຊີວິດແລະຊັບສິນ) ກ່ວາການກູ້ຢືມເງິນນອກລະບົບ
ຢ່າງໃດກໍຕາມ, ຖ້າຫາກວ່າທ່ານບັງເອີນກາຍເປັນຫນີ້ສິນນອກລະບົບ ໃຫ້ພິຈາລະນາການປັບໂຄງສ້າງຫນີ້ສິນ ເພື່ອເຂົ້າມາຢູ່ລະບົບຈະດີກວ່າ.

12.12 ອິນຊີເງິນຕິດປີກບິນແຈກໂຊກ
ມາພົບກັບ ຕີ້ ແລະ ຕິກ Live ແຈກຂອງລາງວັນແບບຈັດໜັກຈັດເຕັມໄປເລີຍ





1. ຮ່ວມຫຼີ້ນກິດຈະກຳຕອບຄຳຖາມໃຫ້ຖືກຕ້ອງ
2. ກົດຕິດຕາມເພຈ, ໄລຄ໌ ແລະ ແຊຣ໌ໂພສໃຫ້ເປັນສາທາລະນະ
ມາຮ່ວມຫຼິ້ນກິດຈະກຳນຳກັນຫຼາຍໆເດີ 



