Select your language

Image
“ຊາວໜຸ່ມຕ້ອງເປັນດັ່ງນົກອີນຊີທີ່ບໍ່ຫວັນໄຫວຕໍ່ພາຍຸລົມແດງຈົງກາຍເປັນສີໄຊໃນສະໃໝພວກເຮົາ”
ທ່ານ ໄກສອນ ພົມວິຫານ
ອາດີດປະທານປະເທດລາວ
Image
Insee Group ໄດ້ກໍ່ຕັ້ງຂື້ນໂດຍທ່ານ ຈັນດາເລດ ເພັດສີວິແສງ ຜູ້ມີຄວາມເລື້ອມໃສໃນ ທ່ານ ໄກສອນ ພົມວິຫານ ອາດີດປະທານປະເທດ ຊື່ງທ່ານໄດ້ກ້າວໄວ້ວ່າ
“ຊາວໜຸ່ມຕ້ອງເປັນດັ່ງນົກອີນຊີທີ່ບໍ່ຫວັນໄຫວຕໍ່ພາຍຸລົມແດງຈົງກາຍເປັນສີໄຊໃນສະໃໝພວກເຮົາ” ໂດຍທາງ ບໍລິສັດ ອີນຊີກຣຸບ ຈື່ງໄດ້ຍຶດຖື ແລະ ຍຶດໝັ້ນເອົາຄຳກ່າວຂອງ ທ່ານໄກສອນ ເປັນແນວທາງໃນການດໍາເນີນທຸລະກິດຕະຫຼອດມາຕັ້ງແຕ່ເລີ່ມກໍ່ຕັ້ງບໍລິສັດຈົນຮອດປັນຈຸບັນເຊີ່ງໄດ້ແຕ່ຂະແໜງອອກເປັນບໍລິສັດໃນເຄືອທີ່ເຮັດທຸລະກິດຕ່າງໆ ຫຼາກຫຼາຍເລີ່ມຕົ້ນໂດຍ ບໍລິສັດ ອີນຊີເທຣດດິ້ງ ໂຕແທນຈໍາໜ່າຍຫວຍພັດທະນາ ນະຄອນຫຼວງ ໝາຍເລກ 3 ແລະ ໄດ້ສ້າງຕັ້ງອີກ 9 ບໍລິສັດຄື: ບໍລິສັດ ອີນຊີປະກັນຊີວິດ , ບໍລິສັດ ອີນຊີເອັກສ໌ເພຣສ໌ , ບໍລິສັດ ອີນຊີໂລຈິດຕິກ , ບໍລິສັດ ອີນຊີການຄ້າ , ບໍລິສັດ ເອັມພີກໍ້ສ້າງ , ບໍລິສັດ ເອັບພີໂອໂຕ໋ , ບໍລິສັດ it Excellence , ບໍລິສັດ ອອນຊອນ ,ບໍລິສັດ  insee properties

ໃນປັນຈຸບັນ Insee Group ມີຄວາມຊຳນານ ແລະ ປະສົບການກວ່າ 20 ປີ ທຳໃຫ້ເຫ໊ນໂອກາດໃນການດຳເນີນທຸລະກິດ ແລະ ຂະຍາຍທຸລະກິດຕັ້ງແຕ່ອະດິດຈົນຮອດປະຈຸບັນ  ກ້າວຂື້ນສູ່ການເປັນ ກຸ່ມທຸລະກິດຊັ້ນນໍາໃນ ສປປ ລາວ ແລະ ເປັນກຸ່ມທຸລະກິດທີ່ດຳເນີນທຸລະກິດເພື່ອຕອບສະໜອງຄວາມຕ້ອງການຂອງຄົນລາວໃນດ້ານຕ່າງໆໄດ້ຄົບຖ້ວນ ພ້ອມທີ່ຈະນຳຄລວາມຕ້ອງການຂອງລູກຄ້າ ແລະ ຄູ່ຄ້າທາງທຸລະກິດມາປັບປຸງປ່ຽນແປງທາງດ້ານທຸລະກິດ ເພື່ອເຮັດໃຫ້ທຸລະກິດຕ່າງໆຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ເຕີບໂຕຢ່າງໝັ້ນຄົງ.

ປະຫວັດຍໍ່ຂອງ ທ່ານ ຈັນດາເລດ ເພັດສີວິແສງ

  • ທ່ານ ຈັນດາເລດ ເກດສີວິແສງ ຜູ້ກໍ່ຕັ້ງບໍລິສັດ ອີນຊີກຣຸບ ເກີດເມື່ອ ປີ ຄສ 1952 ເສຍຊີວິດ ປີ ຄສ 2017
  • ປີ 1977 ທ່ານໄດ້ຈົບການສືກສາທີ່ ປະເທດຝຣັ່ງ ສາຂາກົດໝາຍລະຫວ່າງປະເທດ ແລະ ໃນປີດຽງກັນທ່ານໄດ້ເຂົ້າຮັບລາດສະການຢູ່ ກະຊວງການຄ້າ
  • ປີ 1987 ທ່ານໄດ້ດໍາລົງຕໍາແໜ່ງ ຫົວໜ້າກົມການຄ້າ
  • ປີ 1988 ເລີ່ມທຸລະກິດຕົນເອງ ແລະ ເປັນທີ່ປືກສາໃຫ້ແກ່ບັນດາບໍລິສັດຕ່າງໆ
  • ປີ 1990 ເປັນທີ່ປືກສາ ແລະ ເປັນອໍານວຍການ ບໍລິສັດ ລາວທີມເບີ່ ຂອງປະເທດມາເລເຊຍ ແລະຍັງເປັນທີ່ປືກສາຂອງຫຼາຍບໍລິສັດເລື້ອຍມາ
  • ປີ 2003 ໄດ້ສ້າງຕັ້ງ ບໍລິສັດ ອີນຊີເທຣດດິ້ງ ໂຕແທນຈໍາໜ່າຍຫວຍພັດທະນາ ນະຄອນຫຼວງ ໝາຍເລກ 3 ແລະ ໄດ້ສ້າງຕັ້ງອີກ 9 ບໍລິສັດຄື: ບໍລິສັດ ອີນຊີປະກັນຊີວິດ , ບໍລິສັດ ອີນຊີເອັກສ໌ເພຣສ໌ , ບໍລິສັດ ອີນຊີໂລຈິດຕິກ , ບໍລິສັດ ອີນຊີການຄ້າ , ບໍລິສັດ ເອັມພີກໍ້ສ້າງ , ບໍລິສັດ ເອັບພີໂອໂຕ໋ , ບໍລິສັດ it xcellence , ບໍລິສັດ ອອນຊອນ , ບໍລິສັດ insee properties