Select your language

MP CONSTRUCTION

Image

MP Construction

ບໍລິສັດຮັບເໝົາກໍ່ສ້າງໃນເຄຶອ ອິນຊີກຸບ ກໍ່ຕັ້ງເມື່ອປີ 2011 ຈົດຖະບຽນຖືກຕ້ອງຕາມກົດໝາຍຂອງ ສປປລາວ ສຳລັບວຽກງານສຳຫຼວດອອກແບບກໍ່ສ້າງຕຶກ, ກໍ່ສ້າງຂົວທາງ ແລະ ວຽກງານໂຄງການ ຈາກປະສົບການ 20 ປີ ບໍລິສັດ ເອັມພີກໍ່ສ້າງ ຈຳກັດຜູ້ດຽວໄດ້ສຳເລັດຫຼາຍໂຄງການ ແລະ ໄດ້ຮັບໃບຢັ້ງຢືນຈາກຫຼາຍໂຄງການທັງເປັນຜູ້ຮັບເໝົາໂດຍກົງ ແລະ ຜູ້ຮັບຍ່ອຍ ບໍລິສັດໃຫ້ບໍລິການດ້ານວິຊາຊີບໃນການຮັບເໝົາກໍ່ສ້າງ ໂດຍບຸກຄະລາກອນຫຼັກທີ່ມີຄວາມຮູ້ ປະສົບການ ແລະ ຄວາມສຳນານ ມີງານຜູ້ຊ່ຽວຊານສະເພາະງານອອກແບບ ແລະ ວາງແປນແຜນການກໍ່ສ້າງ ຕັ້ງແຕ່ຕົ້ນຈົນຈົບ ມີບໍລິການທີ່ປືກສາໂຄງການ ທັ້ງທີ່ໂຄງການນ້ອຍ ແລະ ໂຄງການໃຫຍ່ ວິເຄາະຄວາມເໝາະສົມຂອງໂຄງການ ການສຳຫຼວດ ການອອກແບບລາຍລະອຽດ ບໍລິການຮັບເໝົາກໍ່ສ້າງທີ່ຄວບຄຸມທຸກຄວາມຕ້ອງການຂອງທ່ານ ໃຫ້ບໍລິການຮັບເໝົາກໍ່ສ້າງຕາມຄວາມຕ້ອງການທຸກຊະນິດ ບໍ່ວ່າຈະເປັນອາຄານ, ອາພາດເມັນ, ຄັງສິນຄ້າ, ສຳນັກງານ, ໂຮງງານ, ບ້ານພັກ, ໂຮງແຮມ, ເຄຫະສະຖານ, ຖະນົນຫົນທາງ ແລະ ອື່ນໆ ຮັບປະກັນດ້ວຍປະສົບການກວ່າ 10 ປີ ໃນຖານະຜູ້ຮັບເໝົາກໍ່ສ້າງມືອາຊີບ ບໍລິສັດ ແລະ ທິມງານເຂົ້າໃຈດີເຖິງຄວາມຕ້ອງການຂອງລູກຄ້າທຸກທ່ານ. ດັ່ງນັ້ນມັ່ນໃຈໄດ້ວ່າທຸກຂັ້ນຕອນການເຮັດວຽກຂອງເຮົາຜ່ານການບໍລິຫານຈັດການເປັນຢ່າງດີທຸກວັດສະດຸທີ່ໃຊ້ຜ່ານການຄັດສັນ ມີການກວດສອບທີ່ໄດ້ມາດຕະຖານ ທັ້ງຍັງມາພ້ອມກັບການຮັບປະເມີນລາຄາ, ວາງງົບປະມານ ແລະ ສ້າງໃຫ້ຕາມແບບທີ່ຕ້ອງການສຳເລັດ ຫຼື ຖ້າຍັງບໍ່ມີແບບ ເຮົາກໍ່ສາມາດໃຫ້ບໍລິການໃນສ່ວນນັ້ນໄດ້ ເພາະເຮົາຄືຜູ້ໃຫ້ບໍລິການຮັບເໝົາກໍ່ສ້າງຄົບວົງຈອນ ປະຈຸບັນ ບໍລິສັດ ເອັມພີກໍ່ສ້າງ ຈຳກັດຜູ້ດຽວ ແມ່ນມີຄວາມພ້ອມໃນວຽກງານກໍ່ສ້າງ ແລະ ສາມາດຮ່ວມມືກັບທຸກພາກສ່ວນ ພວກເຮົາເນັ້ນຄຸນນະພາບ ແລະ ຄວາມປອດໄພເປັນຫົວໃຈໃນການເຮັດວຽກຂອງທຸກໆໂຄງການ